2022 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດຕໍ່ສອງປະເທດ ລາວ-ຫວຽດນາມ

 

ສອງປະເທດເຫັນດີຊຸກຍູ້ໂຄງລາງເສັ້ນທາງບົກ, ເສັ້ນທາງລົດໄຟ, ເສັ້ນທາງທະເລ, ໂດຍສະເພາະແມ່ນທ່າກຳປັນວູ້ງອ້າງ ເພື່ອນຳເອົາລາວອອກຈາກປະເທດບໍ່ມີທະເລ ໄປສູ່ປະເທດທີ່ມີທະເລ, ເປັນສູນກາງ logistic; ຊຸກຍູ້ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ.

ໃນຕອນເຊົ້າຂອງວັນທີ 8 ມັງກອນ 2022 ພາຍຫຼັງສຳເລັດພິທີຕ້ອນຮັບ ແລະ ກອງປະຊຸມພົບປະ, ທ່່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຖະແຫຼ່ງການ ກ່ຽວກັບຜົນສຳເລັດກອງປະຊຸມ ແລະ ກ່າວເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022 ເປັນທາງການ.


ເຂົ້າຮ່ວມ ມີ ທ່ານ ຫວໍ້ ວັນ ເທືອງ,​ ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຊີ້ນຳລະດັບຊາດ ຕໍ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ; ບັນດາການນຳຂອງອົງການ, ກະຊວງ, ຂະແໜ່ງການຂອງສູນກາງ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານ ສປປ ລາວ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ໃນພິທີຖະແຫຼ່ງການຮ່ວມ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການມາຢ້ຽມຢາມ ສສ ຫວຽດນາມ ເປັນທາງການ ຂອງ ທ່່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແຫ່ງ ສປປ ລາວ, ທັງສອງທ່ານ ໄດ້ມີການພົບປະສົນທະນາແບບເປີດເຜີຍ, ດ້ວຍນ້ຳໃຈສາມັກຄີແບບອ້າຍນ້ອງ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍດ້ານ, ສອງຝ່າຍມີຄວາມເພີ່ງພໍໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະຜ່ານມາ ໄດ້ຮັບການປັບປຸງ ແລະ ເພີ່ມທະວີຂຶ້ນເລື້ອຍໆ.

ສອງຝ່່າຍເຫັນດີສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການຖະແຫຼ່ງການຮ່ວມ ໂອກາດການມາຢ້ຽມຢາມມິດຕະພາບຫວຽດນາມເປັນທາງການ ຂອງພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໃນຊ່ວງໄລຍະເດືອນ 6/2021 ແລະ ໝາກຜົນຂອງການມາຢ້ຽມຢາມລາວເປັນທາງການ ຂອງພະນະ ທ່ານ ຫງວຽນ ຊວນ ຟຸກ ປະທານປະເທດ ສສ ຫວຽດນາມ ໃນໄລຍະເດືອນ 8/2021; ການຮ່ວມມືຈັດກອງປະຊຸມຄັ້ງທີ 44 ຂອງຄະນະກຳມາທິການຮ່ວມລັດຖະບານ ຫວຽດນາມ - ລາວ.

ດ້ວຍນ້ຳໃຈອັນແທ້ຈິງ, ຄວາມເຄົາລົບນັບຖື, ການເຊື່ອໝັ້ນ, ສິດສະເໝີພາບ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ນາຍົກລັດຖະມົນຕີ ສປປ ລາວ ເຫັນດີໃຫ້ສອງປະເທດຊ່ວຍເຫຼືອກັນສ້າງພື້ນຖານເສດຖະກິດເອກະລາດ, ຊ່ວຍເຫຼືອກັນ ພ້ອມທັງຍາດແຍ່ງແຫຼ່ງກຳລັງຈາກພາຍນອກ, ຮັກສາຄວາມສາມັກຄີເອກະພາບພາຍໃນ ASEAN, ຊ່ວຍເຫຼືອກຳປູເຈຍ ໃນບົດບາດເປັນປະທານ ASEAN.

ສອງປະເທດເຫັນດີຊຸກຍູ້ໂຄງລາງເສັ້ນທາງບົກ, ເສັ້ນທາງລົດໄຟ, ເສັ້ນທາງທະເລ, ໂດຍສະເພາະແມ່ນທ່າວູ້ງອ້າງ ເພື່ອນຳເອົາລາວອອກຈາກປະເທດບໍ່ມີທະເລ ກາຍເປັນປະເທດມີທະເລ, ເປັນສູນກາງ logistic; ຊຸກຍູ້ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ.

ສອງຝ່າຍຈະຊອກຫາສະຖາບັນ, ກົນໄກ່ ແລະ ນະໂຍບາຍ ເພື່ອຊ່ວຍເຫຼືອນັກລົງທຶນ, ວິສາຫະກິດສອງປະເທດລົງທຶນຕໍ່ກັນ, ເປັນຕົ້ນແມ່ນບັນດາວິສາຫະກິດມີກຳລັງບົ່ມຊ້ອນ, ປະສານສົມທົບຮ່ວມມືກໍ່ສ້າງພະນັກງານ, ບຸກຄະລາກອນ....

ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ໃຫ້ຮູ້ວ່າ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບວັກຊິນປ້ອງກັນໂຄວິດ - 19 ຈໍານວນ 1 ລ້ານໂດສ ຊ່ວຍເຫຼືອໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ.

ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ, ນ້ຳໃຈຖານອ້າຍນ້ອງ ນັບຕັ້ງແຕ່ຄະນະຜູ້ແທນຂອງລາວ ເດີນທາງມາເຖິງນະຄອນຫຼວງຮ່າໂນ້ຍ ທີ່ງົດງາມ. ນີ້ເປັນການເດີນທາງຢ້ຽມຢາມຫວຽດນາມຄັ້ງທຳອິດ ຂອງທ່ານໃນຕຳແໜ່ງ ນາຍົກລັດຖະມົນຕີ.

ໃນກອງປະຊຸມພົບປະ, ສອງຝ່າຍໄດ້ເອກະພາບຮ່ວມມືແໜ້ນແຟ້ນ ແນ່ໃສ່ເພີ່ມພູນຄູນສ້າງມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ສອງຝ່າຍເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ພົບປະແລກປ່ຽນທາງໄກ່, ໝູນໃຊ້ທຸກຮູບແບບຢ່າງມີປະສິດທິຜົນ ແລະ ແທດເໝາະຄວາມເປັນຈິ່ງ; ເອົາໃຈໃສ່ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອຮ່ວມມືກັນແກ້ໄຂບັນດາສິ່ງທ້າທາຍໃໝ່, ເອົາໃຈໃສ່ເປັນສຳຄັນການຮ່ວມມືຮັກສາຄວາມສະຫງົບຢູ່ພາຍໃນ ແລະ ຂອບເຂດຊາຍແດນ, ເພີ່ມທະວີການຮ່ວມມືທາງເສດຖະກິດຕາມທິດໃຫ້ມີປະສິດທິຜົນ, ຊຸກຍູ້ບັນດາກະຊວງ, ຂະແໜ່ງການຂອງສູນກາງ, ທ້ອງຖິ່ນເປັນເຈົ້າການກໍ່ສ້າງ, ຊຸກຍູ້ການຮ່ວມມື; ຍົກສູງການຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ ໃຫ້ມີປະສິດທິຜົນ; ເພີ່ມທະວີການເຊື່ອມໂຍງດ້ານໂຄງລາງ, ການທ່ອງທ່ຽວ, ການຮ່ວມມືດ້ານພະລັງງານ, ກະສິກຳສະອາດ ຕາມສະພາບຄວາມສາມາດບົ່ມຊ້ອນຂອງປະເທດ.

ສອງຝ່າຍສືບຕໍ່ຮ່ວມມືຢູ່ໃນບັນດາເວທີພາກພື້ນ ແລະ ສາກົນ; ເພີ່ມທະວີສຶກສາອົບຮົມໃຫ້ພະນັກງານ, ປະຊາຊົນ, ຊາວໜຸ່ມສອງປະເທດ ກ່ຽວກັບມູນເຊື້ອສາມັກຄີພິເສດ ລາວ - ຫວຽດນາມ, ໂດຍສະເພາະໃນປີສາມັກຄີມິດຕະພາບ 2022.

ໂອກາດນີ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ, ທ່່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນ ແຫ່ງ ສສ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຊ່ວຍເຫຼືອອັນລ້ຳຄ່າ, ມີປະສິດທິຜົນ ຕໍ່ຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືຂະບວນການປົກປັກຮັກສາ ແລະ ພັດທະນາປະເທດລາວໃນປັດຈຸບັນ.

ໃນການເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ກ່າວວ່າ : ປີ 2022 ແມ່ນມີຄວາມໝາຍສຳຄັນພິເສດ ຕໍ່ສອງປະເທດ ຫວຽດນາມ ແລະ ລາວ. ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ ຄົບຮົບ 45 ປີ. ນີ້ເປັນເຫດການທີ່ມີຄວາມໝາຍສຳຄັນທາງປະຫວັດສາດ, ເປັນຂີດໝາຍອັນໃສແຈ້ງ, ຝັງເລິກຢູ່ໃນນ້ຳໃຈສາມັກຄີພິເສດ ລະຫວ່າງສອງປະເທດ. ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ຈະໄດ້ຈັດຕັ້ງຜ່ານບັນດາກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງຢ່າງສົມກຽດ, ອຸດົມສົມບູນ, ແທດເໝາະກັບສະພາບຕົວຈິງ ແລະ ເຄື່ອນໄຫວຢູ່ທັງສອງປະເທດ. ສອງຝ່າຍຖືສຳຄັນການຈັດຕັ້ງພົບປະສ້າງສັນຂອງຊາວໜຸ່ມ, ນັກສຶກສາ ປະກອບສ່ວນຊຸກຍູ້ການໂຄສະນາສຶກສາຢ່າງກ້ວາງຂວາງກ່ຽວກັບປະຫວັດສາດການຮ່ວມມືພິເສດຫວຽດນາມ-ລາວ, ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ, ພິເສດແມ່ນຄົນລຸ້ນໜຸ່ມໄດ້ເຂົ້າໃຈຢ່າງເລິກເຊິງກ່ຽວກັບສາຍພົວພັນບໍລິສຸດ ສັດຊື່ອັນໃສແຈ້ງລະຫວ່າງສອງພັກສອງລັດ; ມີສະຕິຕໍ່ຄວາມຮັບຜິດຊອບໃນການປົກປັກຮັກສາສາຍພົວພັນອັນລໍ້າຄ່ານີ້ໄວ້.

ໂອກາດນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າສອງຝ່າຍເອກະພາບພ້ອມກັນຈັດຕັ້ງຜັນຂະຫຍາຍແໜ້ນແຟ້ນບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຂອງສອງປະເທດໃນປີ 2022 ຢ່າງມີຄວາມໝາຍ, ມີເນື້ອໃນເໜັ້ນໜັກເຖິງສາຍພັວພັນມິດຕະພາບພິເສດອັນຍິ່ງໃຫ່ຍຂອງສອງປະເທດ ເພື່ອໃຫ້ວົງຄະນະຍາດສາກົນເຫັນໄດ້ເຖິງມູນເຊື້ອ ອັນຍາວນານຂອງສອງຊາດ ລາວ-ຫວຽດນາມ ເພື່ອສຶກສາອົບຮົບໃຫ້ພະນັກງານລັດຖະກອນກອງທັບ ແລະ ປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມຂອງສອງປະເທດ ໄດ້ເຂົ້າໃຈກ່ຽວກັບມູນເຊື້ອການພົວພັນຮ່ວມມືມິດຕະພາບພິເສດອັນຍິງໃຫ່ຍຂອງສອງຊາດ ລາວ-ຫວຽດນາມ.

ຈາກນັ້ນ ນາຍົກລັດຖະມົນຕີ 2 ປະເທດ ລາວ-ຫວຽດນາມ ໄດ້ດຳເນີນການເປິດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022 ຢ່າງເປັນທາງການ.

Comments