ການຢ້ຽມຢາມທີ່ສະແດງເຖິງສາຍພົວພັນພິເສດ ລາວ - ຫວຽດນາມ

 

ໂດຍໄດ້ຮັບຄຳເຊີນຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ແຫ່ງ ສສ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມເປັນທາງການ ຢູ່ ສສ ຫວຽດນາມ; ພ້ອມທັງເປັນປະທານຮ່ວມກອງປະຊຸມ ຄັ້ງທີ 44 ຂອງຄະນະກຳມາທິການຮ່ວມລັດຖະບານ ຫວຽດນາມ - ລາວ ແລະ ເຂົ້າຮ່ວມພິທີເປີດ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ນັບແຕ່ວັນທີ 8-10 ມັງກອນ 2022 ນີ້.

          ບັນດາເຫດການເຫຼົ່ານີ້ ບໍ່ພຽງແຕ່ເປັນການຢັ້ງຢືນແນວທາງການຕ່າງປະເທດໜຶ່ງດຽວ ຂອງແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ແຕ່ຫາກຍັງສະແດງເຖິງຄຸນລັກສະນະພິເສດຂອງການພົວພັນລະຫວ່າງ ສອງປະເທດ, ໃຫ້ເຫັນເຖິງຄວາມພະຍາຍາມ ແລະ ການຕັດສິນໃຈການນຳຂັ້ນສູງສອງປະເທດ ໃນການຊຸກຍູ້ການພົວພັນພິເສດຫວຽດນາມ - ລາວ ເຂົ້າສູ່ລ່ວງເລິກ, ນັບມື້ແທດເໝາະກັບສະພາບຄວາມເປັນຈິງ ແລະ ມີປະສິດທິຜົນ.

       ສາຍພົວພັນພິເສດ ຫວຽດນາມ - ລາວ ໂດຍແມ່ນ ປະທານ ໂຮຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ, ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຈາກບັນດາລຸ້ນການນຳ, ນັກຮົບປະຕິວັດ ແລະປະຊາຊົນສອງປະເທດ ອັນໄດ້ກາຍເປັນການພົວພັນແບບຢ່າງອັນໃສແຈ້ງ, ບໍລິສຸດພຸດຜ່ອງ ທີ່ຫາໄດ້ຍາກໃນໂລກ. ເປັນສາຍພົວພັນອັນໜຶ່ງອັນດຽວທີ່ມີມາແຕ່ດົນນານ ເຊິ່ງບໍ່ພຽງແຕ່ຊ່ວຍເຮັດໃຫ້ການພົວພັນທາງດ້ານການເມືອງ ລະຫວ່າງ ຫວຽດນາມ - ລາວ ນັບມື້ໄດ້ຮັບການພັດທະນາ, ເຂົ້າສູ່ລ່ວງເລິກ ແລະ ສ້າງຄວາມເຊື່ອໝັ້ນຕໍ່ກັນ, ຮັບປະກັນດ້ານບົດບາດ, ກຳນົດທິດກ້າວເດີນຮ່ວມການພົວພັນຂອງສອງປະເທດ, ແຕ່ຫາກຍັງສ້າງເງື່ອນໄຂເພື່ອການພົວພັນຮ່ວມມືອັນສະໜິດແໜ້ນ ລະຫວ່າງສອງປະເທດນັບມື້ໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ກວ້າງຂວາງຢູ່ທຸກຂົງເຂດວຽກງານ.

          ປີ 2021, ການພົວພັນດ້ານການເມືອງ, ການຕ່າງປະເທດ ລະຫວ່າງ ລາວ- ຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາໄດ້ເປັນຢ່າງດີ, ສ້າງຄວາມເຊື່ອຖື, ການເມືອງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ເຖິງວ່າຖືກຜົນກະທົບການລະບາດເຊື້ອພະຍາດໂຄວິດ - 19  ແຕ່ການຢ້ຽມຢາມອັນສໍາຄັນຂອງການນໍາຂັ້ນສູງຍັງເຄື່ອນໄຫວເປັນປົກກະຕິ, ນີ້ເປັນສິ່ງທີ່ພິເສດ ເຊິ່ງບໍ່ມີຊາດໃດໃນໂລກສາມາດເຮັດໄດ້.

          ອັນພົ້ນເດັ່ນແມ່ນ, ການຢ້ຽມຢາມມິດຕະພາບເປັນທາງການ ຂອງເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ທ່ານ ທອງລຸນ ສີສຸລິດ ພາຍໃນເດືອນ 6/2021 ແລະ ການຢ້ຽມຢາມມິດຕະພາບທາງການ ລາວ ຂອງປະທານປະເທດ ສສ ຫວຽດນາມ ທ່ານ ຫງວຽນ ເຊິນ ຟຸກ ພາຍໃນເດືອນ 8/2021. ການຢ້ຽມຢາມເຫຼົ່ານີ້, ການນຳຂອງສອງປະເທດ ໄດ້ເອກະພາບສືບຕໍ່ນຳເອົາການພົວພັນດ້ານການເມືອງເຂົ້າສູ່ລ່ວງເລິກ, ມີປະສິດທິຜົນສູງກ່ວາເກົ່າ, ຮ່ວມມືແໜ້ນແຟ້ນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາການໄປຢ້ຽມຢາມພົບປະ ລະຫວ່າງບັນດາການນຳຂັ້ນສູງຂອງສອງພັກ, ສອງລັດດ້ວຍຫຼາຍຮູບການ; ພັດທະນາເສດຖະກິດ-ສັງຄົມ ຮັບປະກັນໄດ້ຄວາມສະຖຽນລະພາບເສດຖະກິດມະຫາພາກ, ເປີດກວ້າງການເຊື່ອມໂຍງກັບສາກົນ.

          ປີ 2021, ສອງປະເທດ ສືບຕໍ່ເພີ່ມທະວີການປະສານສົມທົບຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື ໃນຂົງເຂດວຽກງານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ການຮ່ວມມືແໜ້ນແຟ້ນ, ຮັກສາແໜ້ນຄວາມສະຫງົບວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມຂອງແຕ່ລະປະເທດ; ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາຮອບດ້ານ.

          ສອງປະເທດສືບຕໍ່ຍູ້ແຮງການເຊື່ອມຕໍ່ດ້ານພື້ນຖານໂຄງລາງຄົມມະນາຄົມ, ດ້ານພະລັງງານ, ໂທລະຄົມ, ການທ່ອງທ່ຽວ; ເພີ່ມທະວີແລກປ່ຽນບົດຮຽນການຄຸ້ມຄອງເສດຖະກິດມະຫາພາກ; ມີນະໂຍບາຍອະພິສິດສົ່ງເສີມບັນດາທຸລະກິດສອງປະເທດ ລົງທຶນເຂົ້າໃນຂົງເຂດທີ່ຂອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ, ຕົ້ນຕໍ່ແມ່ນຂົງເຂດວຽກງານກະສິກຳເທັກໂນໂລຢີ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ຜັນຂະຫຍາຍເປັນລະບົບບັນດາວິທີແກ້ໄຂເພື່ອເພີ່ມມູນຄ່າການຄ້າສອງສົ້ນ.

          ການຮ່ວມມືດ້ານເສດຖະກິດ, ຫວຽດນາມ ສືບຕໍ່ເປັນໜຶ່ງໃນສາມຂອງຜູ້ລົງທືນລາຍໃຫຍ່ຢູ່ລາວ. ເຖິງແມ່ນວ່າຢູ່ໃນສະພາບການລະບາດເຊື້ອພະຍາດໂຄວິດ - 19, ຈໍາກັດການເຂົ້າ-ອອກເມືອງ ແລະ ກັກກັ້ນ, ວຽກງານຊຸກຍູ້ຊ່ວຍເຫຼືອການລົງທືນລະຫວ່າງສອງປະເທດ ຍັງຮັກສາໄດ້ຢູ່ໃນລະດັບທີ່ເໝາະສົມ. ພາຍໃນ 11 ເດືອນປີ 2021, ການຄ້າຂອງສອງຝ່າຍຍັງເຕີບໂຕໄດ້ຢ່າງໝັ້ນທ່ຽງ, ເຊິ່ງສາມາດບັນລຸໄດ້ 1,2 ຕື້ໂດລາສະຫະລັດ, ເພີ່ມ 33,6% ທຽບໃສ່ໄລຍະດຽວກັນສົກປີ 2020; ຄາດຄະເນໝົດປີ 2021 ຈະບັນລຸໄດ້ 1,3 ຕື້ໂດລາສະຫະລັດ, ເພີ່ມ 30,3% ທຽບໃສ່ປີ 2020. ຕໍ່ໜ້າສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງເຊື້ອພະຍາດໂຄວິດ-19, ຫຼາຍທຸລະກິດຂອງຫວຽດນາມ ຢູ່ລາວ, ພິເສດແມ່ນບັນດາທຸລະກິດໃນຂົງເຂດປູກຢາງພາລາ, ກະສີກຳ ຍັງສືບຕໍ່ເຄື່ອນໄຫວຜະລິດ ແລະ ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານ, ເຊິ່ງບໍ່ພຽງແຕ່ຊ່ວຍປະກອບສ່ວນພັດທະນາເສດຖະກິດຂອງລາວ ແຕ່ຍັງສ້າງວຽກເຮັດໃຫ້ແກ່ແຮງງານລາວຢູ່ຕ່າງປະເທດທີ່ວ້າງງານກັບຄືນປະເທດ ຍ້ອນການລະບາດພະຍາດໂຄວິດ-19.

          ການຮ່ວມມືດ້ານການສືກສາ ແລະ ກໍ່ສ້າງ ສືບຕໍ່ເປັນຂົງເຂດວຽກງານທີສອງປະເທດໃຫ້ບຸລິມະສິດ, ຖືເປັນສຳຄັນ, ເຊິ່ງໃນນັ້ນສຸ່ມໃສ່ສ້າງຊັບພະຍາກອນມະນຸດມີຄຸນນະພາບສູງ. ພາຍໃນປີ 2021, ມີນັກສຶກສາລາວທີ່ສຶກສາຢູ່ຫວຽດນາມ ປະມານ 14.000 ຄົນ.

          ການຮ່ວມມື, ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ຂອງບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມລະຫວ່າງສອງປະເທດ ສືບຕໍ່ເພີ່ມທະວີ, ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຂອບເຂດຊາຍແດນຂອງສອງປະເທດ.

          ໃນໄລຍະຜ່ານມາ, ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫຼືອຢ່າງທັນເວລາໃຫ້ແກ່ລາວ ໂດຍຜ່ານການຊ່ວຍເຫຼືອປະຈຳປີເປັນປົກກະຕິ ແລະ ການຊ່ວຍເຫຼືອໂດຍບັງເອີນໃນກໍລະນພິເສດ. ບັນດາໂຄງການຊ່ວຍເຫຼືອແກ່ລາວ ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ - 19 ແຕ່ຍັງໄດ້ຮັບການຄວບຄຸ້ມຈັດຕັ້ງຜັນຂະຫຍາຍ, ອັນພົ້ນເດັ່ນແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ, ໂຮງໝໍຊຽງຂວາງ, ແບ່ງເຂດກະສີກຳຢູ່ສອງແຂວງຫົວພັນ ແລະ ແຂວງຊຽງຂວາງ.

          ພິເສດ, ໂຄງການຫໍສະພາແຫ່ງຊາດລາວ - ເປັນຂອງຂວັນຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ເຊິ່ງໄດ້ມອບ - ຮັບ ໃຫ້ລາວໃນໂອກາດການມາຢ້ຽມຢາມຂອງ ທ່ານປະທານປະເທດ ຫງວຽນ ຊວນ ຟຸກ ໃນຊ່ວງເດືອນ 8 ທີ່ຜ່ານມາ.  ນີ້ເປັນໂຄງການກໍ່່ສ້າງທີ່ໄດ້ຮັບການຕີລາຄາສູງຈາກການນຳຂັ້ນສູງສຸດຂອງລາວ, ເປັນອາຄານທີ່ພວມຮັກສາສະຖິຕິທີ່ສຸດຢູ່ລາວ, ບໍ່ພຽງແຕ່ດ້ານຂະໜາດ - ຄວາມຫຼາກຫຼາຍ - ຄວາມທັນສະໄໝທີ່ສຸດ ແຕ່ແຕ່ຫາກຍັງມີການອອກແບບທີ່ເປັນເອກະລັກສະເພາະດ້ານວັດທະນະທຳຂອງລາວ ເຖິງທຸກວັນນີ້.

          ເພື່ອຊ່ວຍເຫຼື່ອລາວພັດທະນາຍາວນານ, ຫວຽດນາມ ໄດ້ເປີດທ້ອງຕະຫຼາດ 100 ລ້ານ ໃຫ້ແກ່ລາວ, ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລາວ ນຳເຂົ້າ - ສົ່ງອອກ ສິນຄ້າຜ່ານທຸກທ່າກຳປັນຂອງຫວຽດນາມ. ຫວຽດນາມ ແລະ ລາວ ພວມຮ່ວມມືຄົ້ນຄ້ວາ ແລະ ຊຸກຍູ້ຊອກຫາແຫຼ່ງທືນຈັດຕັ້ງຜັນຂະຫຍາຍໂຄງການສຳຄັນ ຊ່ວຍໃຫ້ການເຊື່ອມຕໍ່ພື້ນຖານໂຄ້ງລາງສອງປະເທດຄື: ເສັ້ນທາງດ່ວນເຊື່ອມຕໍ່ ຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟ ວູ້ງອ່າງ - ວຽງຈັນ... ພາຍຫຼັງສຳເລັດຈະສ້າງເງື່ອນໄຂອຳນວຍຄວາມສະດວກໃນການຈໍລະຈອນສີນຄ້າ ແລະ ການໄປມາຫາສູ່ຂອງປະຊາຊາຊົນສອງປະເທດ.

          ຄຽງຂ້າງກັນນັ້ນ, ສອງປະເທດ ກໍຕ້ອງປະສານສົມທົບໂຄສະນາສຶກສາ ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ແກ່ໄວໜຸ່ມຂອງສອງປະເທດ; ພື້ນຖານແມ່ນໄດ້ສຳເລັດໂຄງການແປ່ຊຸດຫົວປື້ມ ໂຮ່ຈິມິນ ມາເປັນພາສາລາວ, ຊຸດຮູບເຫງົາເອກະສານ ປະທານ ໄກສອນ ພົມວິຫານ ຕໍ່ກັບຫວຽດນາມ.

          ຫວຽດນາມ ແລະ ລາວ ກໍໄດ້ຮ່ວມມືແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ໃນ ອາຊຽນ ແລະ ບັນດາກົນໄກ່ໂດຍອາຊຽນ ນໍາພາ, ສະຫະປະຊາຊາດ, ອາເຊມ ແລະ ບັນດາກົນໄກ່ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຍົກສູງຖານະຂອງສອງປະເທດຢູ່ເວທີສາກົນ.

          ການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຕຳແໜ່ງໃໝ່ ແລະ ກໍເປັນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຂອງຕ່າງປະເທດ ມາຢ້ຽມຢາມຫວຽດນາມ ປະຈຳປີ 2022, ເຊິ່່ງເປັນການຢັ້ງຢືນອີກຄັ້ງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ເປັນກົດເກນພັດທະນາ, ເປັນປັດໃຈສຳຄັນຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ ແລະ ເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ ເຊິ່ງລຸ້ນປະຈຸບັນພວມປົກປັກຮັກສາ, ເສີມຂະຫຍາຍ ແລະ ຈະສືບຕໍ່ຖາຍທອດໃຫ້ແກ່ລຸ້ນຫຼັງຕໍ່ໄປ.


Comments