ພິທີ ມອບ-ຮັບ ນາມມະຍົດໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2020 ໃຫ້ບັນດາໜ່ວຍພັກອ້ອມຂ້າງພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 2 ມີນາ 2021 ທີຫໍປະຊຸມພູສີ ໂດຍມີສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ,ມີຕາງໜ້າຄະນະຈັດຕັ້ງແຂວງ,ເລຂາ-ຮອງເລຂາຄະນະພັກຮາກຖານ,ພະແນກການອ້ອມຂ້າງ,ແຂກຮັບເຊີນ ພ້ອມດ້ວຍ ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວພະແນກເຂົ້າຮ່ວມ.
ສະຫາຍ ປອ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກ ຖວທແຂວງ ໄດ້ຜ່ານບົດປະເມີນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງພະບາງ ປະຈໍາປີ 2020 ແລະ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2021 ເຊິ່ງສະແດງໃຫ້ເຫັນຜົນສໍາເລັດຫຼາຍດ້ານ ໃນການຊີ້ນຳ-ນຳພາ ຂອງແຕ່ລະໜ່ວຍພັກ ໃນໄລຍະ 1 ປີຜ່ານມາ ຕາມ 5 ເນື້ອໃນຄື: ນໍາພາດ້ານການເມືອງ-ແນວຄິດ, ດ້ານວິຊາສະເພາະ, ການພັດທະນາເສດຖະກິດ ແລະວັດທະນະທໍາ-ສັງຄົມ.ທົ່ວໜ່ວຍພັກມີສະມາຊິກພັກທັງໝົດ 164 ສະຫາຍ, ຍິງ 54 ສະຫາຍ,ໃນນີ້ ມາຈາກກຸ່ມທຸລະກິດທ່ອງທ່ຽວ 13 ສະຫາຍ,ຍິງ 3 ສະຫາຍ ແລະ ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ 22 ສະຫາຍ,ຍິງ 3 ສະຫາຍ.ສະເພາະສະມາຊິກທີເປັນພະນັກງານລັດ 156 ສະຫາຍ, ຍິງ 63 ສະຫາຍ,ປະກອບມີ 11 ໜ່ວຍພັກຄື: ໜ່ວຍພັກ ຫ້ອງການບໍລິຫານ-ຈັດຕັ້ງ; ກວດກາ-ສູນຝຶກ; ຖະແຫຼງຂ່າວ-ຂ່າວສານໜັງສືພິມ; ສະຖານີວິທະຍຸກະຈາຍສຽງ; ສະຖານີໂທລະພາບ; ວັດທະນະທໍາ; ວິທະຍາໄລວິຈິດສິນພື້ນເມືອງຫຼວງພະບາງ; ຫໍພິພິທະພັນແຫ່ງຊາດຫຼວງພະບາງ; ກອງສິລະປະກອນແຂວງ, ໜ່ວຍພັກ ທ່ອງທ່ຽວ ແລະໜ່ວຍພັກ ກຸ່ມທຸລະກິດໂຮງແຮມ, ເຮືອນພັກ ແລະຮ້ານອາຫານ. 1 ປີຜ່ານມາ ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ ແລະຮຽນກົດລະບຽບພັກ 10 ສະຫາຍ, ຍິງ 04 ສະຫາຍ, ເຂົ້າພັກສຳຮອງ 24 ສະຫາຍ, ຍິງ 06 ສະຫາຍ, ຊຸກຍູ້, ຕິດຕາມ, ກວດກາ, ໜ່ວຍພັກ, ສະມາຊິກພັກໃນ 1 ປີ ຜ່ານມາສາມາດຕີລາຄາຈັດປະເພດຄະນະຂອງໜ່ວຍພັກ, ສະມາຊິກພັກ ແລະ ຈັດແບ່ງປະເພດໃນແຕ່ລະປີເປັນປົກກະຕິ. ສຳລັບປີ 2020 ໄດ້ຕີລາຄາປະເພດຄຸນທາດການເມືອງຂອງສະມາຊິກພັກຕາມ 03 ປະເພດຄື: ປະເພດແຂງ 130 ສະຫາຍ, ຍິງ 48 ສະຫາຍ, ເທົ່າກັບ 94,90% ຂອງຈຳນວນສະມາຊິກພັກທັງໝົດ; ປະເພດກາງ 07 ສະຫາຍ, ຍິງ 01 ສະຫາຍ, ເທົ່າກັບ 5,10% ຂອງຈຳນວນສະມາຊິກພັກທັງໝົດ; ບໍໄດ້ຈັດປະເພດ 27 ສະຫາຍ, ຍິງ 06 ສະຫາຍ, ສາຍເຫດຍ້ອນເປັນສະມາຊິກພັກສຳຮອງໃໝ່ 25 ສະຫາຍ, ຍິງ 06 ສະຫາຍ ແລະຍົກຍ້າຍໄປຮ່ວມຊີວິດຢູ່ ສະຖາບັນສຶກສາ 2 ສະຫາຍ.
ພິທີດັ່ງກ່າວນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກ ຖທວ ແຂວງ ຕື່ມ 1 ສະຫາຍ ໂດຍໄດ້ຕົກລົງແຕ່ງຕັ້ງສະຫາຍ ສີສະຫວາດ ຍີລັດໃຈ ຫົວໜ້າຂະແໜງວັດທະນະທໍາ ຂື້ນເປັນຮອງຫົວໜ້າພະແນກ ຖວທ ແຂວງ.ຈາກນັ້ນ ສະຫາຍ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ກໍໄດ້ມອບໃບຢັ້ງຢືນ ໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ໃຫ້ 11 ໜ່ວຍພັກອ້ອມຂ້າງພະແນກ ຢ່າງສົມກຽດ.ພ້ອມນີ້ທ່ານ ຮອງເລຂາກໍໄດ້ມີຄໍາເຫັນໂອ້ລົມ ໂດຍລວມແມ່ນໄດ້ເນັ້ນໃຫ້ສືບຕໍ່ຮັກສາມູນເຊື້ອ ຄັ້ງນີ້ໄວ້ຕະຫຼອດໄປ,ເອົາໃຈໃສ່ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດຕາມທີ່ຄາດໄວ້.
ຂ່າວ: ເພັດສາຄອນ ສິມມະວົງ
Comments
Post a Comment