ປະກາດຫຼວງພະບາງ ເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ

    

ພິທີປະກາດແຂວງຫຼວງພະບາງ ເປັນແຂວງຈົບມັດທະຍົມຕອນຕົ້ນບໍາລຸງ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2021 ຢູ່ທີ່ ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໂດຍມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ,ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ,ບັນດາເຈົ້າເມືອງ 11 ເມືອງ 1 ນະຄອນ,ຕາງໜ້າຈາກ 9 ແຂວງໃກ້ຄຽງ ແລະ ຕາງໜ້າຈາກກົມຢູ່ກະຊວງສຶກສາທິການ ແລະກິລາ,ຜູ້ບໍລິຫານການສຶກສາ ແລະ ອົງການປົກຄອງບ້ານໃນທົ່ວແຂວງເຂົ້າຮ່ວມ.
    ພິທີດັ່ງກ່າວເລີ້ມດ້ວຍການຊົມສະແດງສິລະປະວັນນະຄະດີ ຈາກນັກຮຽນ ໂຮງຮຽນມັດທະຍົມສົມບູນສັນ ຕິພາບ 3 ລາຍການ. ຈາກນັ້ນທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງຫຼວງພະບາງ ກ່າວລາຍງານຜົນສໍາເລັດໃນການພັດທະນາການສຶກສາ ແລະກິລາ ໃນໄລຍະຜ່ານມາ ແຂວງຫຼວງ​ພະ​ບາງ​ ມີ 1 ນະຄອນ ແລະ11 ເມືອງ,  ເປັນແຂວງໃຈ ກາງຂອງສະຖາບັນການສຶກສາຂັ້ນຕ່າງໆ ທີ່ຮັບໃຊ້ໃນການພັດທະ ນາຊັບພະຍາກອນມະນຸດໃຫ້ແກ່ 8 ແຂວງພາກເໜືອຂອງ ສປປ ລາວ ແລະ2 ແຂວງຂອງ ສສ ຫວຽດ ນາມຄື: ແຂວງດ່ຽນບ່ຽນ ແລະ ແຂວງເຊີນລາ.ທົ່ວແຂວງມີຫ້ອງລ້ຽງເດັກ  81 ແຫ່ງ, ໂຮງຮຽນອະນຸບານທັງໝົດ 196 ແຫ່ງ,ຫ້ອງກຽມປະຖົມ 335 ຫ້ອງ ,ໂຮງຮຽນປະຖົມສຶກສາ 721 ແຫ່ງ, ໃນນີ້ ໂຮງຮຽນປະຖົມສຶກສາສົມບູນ 636 ແຫ່ງ( ໂຮງ ຮຽນເອກະຊົນ17 ແຫ່ງ)ມີນັກ ຮຽນທັງໝົດ 53.435 ຄົນ, ຍິງ 25.844 ຄົນ  ແລະມີຄູສອນທັງໝົດ 2.568 ຄົນ, ຍິງ1.176 ຄົນ. ໂຮງຮຽນມັດທະຍົມຕອນຕົ້ນ 66 ແຫ່ງ(ໂຮງຮຽນເອກະຊົນ4 ແຫ່ງ)ມີນັກຮຽນທັງໝົດ 33.315 ຄົນ, ຍິງ 15.695 ຄົນ,  ແລະມີຄູສອນທັງໝົດ  2.000 ຄົນ, ຍິງ 1.009 ຄົນ ແລະມີໂຮງ ຮຽນມັດທະຍົມສົມບູນ 45 ​ແຫ່ງ, ມັດທະຍົມຕອນປາຍ 1 ແຫ່ງ (ໂຮງຮຽນ ເອກະຊົນ 3 ແຫ່ງ) ມີນັກຮຽນທັງໝົດ 13.829 ຄົນ, ຍິງ 5.910 ຄົນ ແລະມີຄູສອນທັງໝົດ 864 ຄົນ, ຍິງ 435 ຄົນ.
    ສໍາລັບການບໍາລຸງຍົກລະດັບການສຶກສາຊັ້ນມັດທະຍົມຕອນຕົ້ນ ໃຫ້ປະຊາຊົນ ເກນອາຍຸ 15 – 35 ປີ ແລະເດັກປະລະການຮຽນໃນຊັ້ນມັດທະຍົມຕອນຕົ້ນ  ແມ່ນໄດ້ຈັດຕັ້ງການຮຽນ - ການສອນ ເລີ່ມຈາກນະຄອນຫຼວງພະບາງ ແລະເມືອງຊຽງເງິນ ແຕ່ປີ 2009 ເປັນຕົ້ນມາ ສາມາດສອບ​ເສັງ​ຈົບ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ຕົ້ນ​ບໍາລຸງ​ໄດ້ທັງ​ໝົດ 14.323 ຄົນ, ຍີ​ງ 6.979 ຄົນ​ ເທົ່າ​ກັບ 95,68%. ຈົນຮອດເດືອນ ທັນວາ 2020 ຈຶ່ງສໍາເລັດໃນທົ່ວແຂວງ ແລະ ໄດ້ສໍາເລັດການຈັດຕັ້ງພິທີປະກາດຈົບການສຶກສາຊັ້ນມັດທະ ຍົມຕອນຕົ້ນບໍາລຸງ ຢູ່ແຕ່ລະເມືອງ ຕາມລໍາດັບ.
ເພື່ອເປັນການຢັ້ງຢືນແຂວງຫຼວງພະບາງ ເປັນແຂວງຈົບມັດທະຍົມຕອນຕົ້ນນັ້ນທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ກໍໄດ້ໃຫ້ກຽດ ມອບໃບຢັ້ງຢືນການປະກາດແຂວງຫຼວງພະບາງ ເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ຢ່າງເປັນທາງການ ແລະຂຶ້ນຮັບແມ່ນທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າ ແຂວງຫຼວງພະບາງ.ພ້ອມດຽວກັນນີ້ທ່ານ ລັດຖະມົນຕີ ຍັງໄດ້ມີຄໍາເຫັນຕໍ່ພິທີຕຶ່ມອີກ.ຈາກນັ້ນ ກໍໄດ້ຮ່ວມກັນຕັດແຖບຜ້າ,ລັ່ນຄ້ອງເກົ່າບາດ, ເປີດປ້າຍ ແລະປ່ອຍປ້າຍ ໝາກຕຸມໂພງຂື້ນສູ່ທ້ອງຟ້າ ເພື່ອປະກາດແຂວງຫຼວງພະບາງ ເປັນແຂວງຈົບມັດທະຍົມຕອນຕົ້ນບໍາລຸງໃນທົ່ວແຂວງຫຼວງພະບາງຢ່າງເປັນທາງການ.
    ໃນພິທີຍັງໄດ້ຈັດໃຫ້ມີການປະດັບຫຼຽນຊັ້ນຕ່າງໆຂອງປະ ທານປະເທດ, ຫຼຽນກາແຮງງານຂອງລັດຖະບານ, ໃບຍ້ອງຍໍຂອງກະຊວງສຶກສາທິການ ແລະກິລາ,ໃບຍ້ອງຍໍຂອງແຂວງ ໃຫ້ບຸກຄົນທີ່ມີຜົນງານດ້ານການປະກອບສ່ວນເຂົ້າໃນຂະບວນການຮຽນ-ການສອນ ໄລຍະປະກາດມັດທະຍົມຕອນຕົ້ນບໍາລຸງຢູ່ພາຍໃນແຂວງຫຼວງພະບາງ ແຕ່ປີ 2009-2020 ເຊິ່ງປະກອບມີ: ຫຼຽນໄຊແຮງງານຊັ້ນ I ມີ10 ທ່ານ ແລະ3 ກົມກອງ, ຫຼຽນໄຊແຮງງານຊັ້ນ II ມີ 23 ທ່ານ ແລະ4​ກົມກອງ, ຫຼຽນໄຊແຮງງານຊັ້ນ III ມີ 60 ທ່ານ ແລະ 6 ກົມກອງ, ປະດັບຫຼຽນກາແຮງງານ ຂອງລັດຖະບານ ໃຫ້ບຸກຄົນ 76 ທ່ານ,ໃບຍ້ອງຍໍຂອງລັດຖະ ບານຈໍານວນ107 ທ່ານ, ໃບຍ້ອງ ຍໍຂອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ບຸກຄົນ ຈໍານວນ 206 ທ່ານ ແລະມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຫຼວງພະບາງ ໃຫ້ບຸກຄົນຈໍານວນ 136 ທ່ານ, ໂດຍແມ່ນທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໃຫ້ກຽດຂື້ນມອບຢ່າງສົມກຽດ.
ຂ່າວ: ເພັດສາຄອນ ສິມມະວົງ
 
x

Comments