ເຈົ້າແຂວງຫຼວງພະບາງ ລົງຢ້ຽມຢາມສະຖານີລົດໄຟ

 



ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆ ຫຼວງພະບາງ ພ້ອມດ້ວຍການນໍາພະແນກຕ່າງໆຂອງແຂວງ ລົງຢ້ຽມຢາມ ສະຖານີລົດໄຟ ໂດຍໄດ້ຮັບການເຊື້ອເຊີນຂອງ ທ່ານ ຫຼີຈຶກົງ ຫົວໜ້າກົງສຸນຈີນ ປະຈໍາຫຼວງພະບາງ, ມີ ທ່ານ ຫວາງໂລ້ ຮອງຫົວໜ້າກົງສຸນຈີນປະຈໍາ ຫຼວງພະບາງ, ທ່ານ ຊຽວສຽນເຫວິ່ນ ຜູ້ອໍານວຍການໃຫຍ່ທາງລົດໄຟ ລາວ-ຈີນ ແລະ ບໍລິສັດ ກໍ່ສ້າງທາງລົດໄຟພາກຕາເວັນຕົກສຽງໃຕ້ ສປ ຈີນ ພ້ອມດ້ວຍພະແນກທີ່ກ່ຽວຂ້ອງໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.

     ພ້ອມດຽວກັນນີ້ ທ່ານ ຊຽວສຽນເຫວິ່ນ ຜູ້ອໍານວຍການໃຫຍ່ທາງລົດໄຟ ລາວ-ຈີນ ກໍໄດ້ລາຍງານກ່ຽວກັບສະພາບລວມຂອງການກໍ່ສ້າງສະຖານີລົດໄຟຫຼວງພະບາງ ແລະ ຄວາມຄືບໜ້າຂອງການກໍ່ສ້າງໃນປັດຈຸບັນ,ພ້ອມທັງຊົມການກໍ່ສ້າງຫຼັງຄາອາຄານສະຖານີ ແລະ ມາດຕະ ຖານຄວາມປອດໄພການກໍ່ສ້າງ ແລະການນໍາໃຊ້ແຮງງານຢູ່ພາກສະໜາມ. ໂອກາດທີ່ມາຢ້ຽມ ຢາມໂຄງການກໍ່ສ້າງສະຖານີຄັ້ງນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍໄດ້ສະແດງຄວາມຂອບອົກຂອບໃຈໃນການຕ້ອນຮັບ ແລະຊົມເຊີຍການເຮັດວຽກຂອງວິຊາການສອງປະເທດ ແລະ ຍ້ອງຍໍຊົມເຊີຍໜ່ວຍງານກໍ່ສ້າງໃນການພັກດັນໂຄງການກໍ່ສ້າງໃຫ້ມີມາດຕະຖານ,ມີຄຸນນະພາບ ແລະ ປະສິດ ທິພາບທີ່ສູງ ເພາະວ່າທາງລົດໄຟ ລາວ-ຈີນ ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ການພັດ ທະນາຂອງປະເທດລາວ,ສະນັ້ນອົງການປົກຄອງຫຼວງພະບາງຈະເພີ່ມທະວີການສະໜັບສະໜູນແລະໃຫ້ການຮ່ວມມືໃນການກໍ່ສ້າງທາງລົດໄຟ,ພ້ອມດຽວກັນນີ້ກໍ່ໃຫ້ສຳເລັດວຽກງານໃຫ້ທັນການເພື່ອຮັບປະກັນໃນການເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນທັນຕາມເວລາທີ່ກໍານົດ ແລະ ຫຼັງຈາກສ້າງທາງລົດໄຟ ຈີນ-ລາວ ສໍາເລັດຈະເປັນຊ່ອງທາງຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຂະໜາດໃຫຍ່ ທີ່ມີຄວາມໝາຍຄວາມສໍາຄັນໃນການການຊຸກຍູ້ພັດທະນາເສດຖະກິດ,ອຸດສາຫະກໍາ ໃນພາກພື້ນຂອງບັນດາແຂວງຕື່ມອີກ. ຈາກນັ້ນທ່ານເຈົ້າແຂວງພ້ອມດ້ວຍຄະນະກໍໄດ້ຂີ່ລົດໄຟຈາກສະຖານີຈຸດຂຶ້ນລົດແມ່ນກິໂລແມັດທີ່ DK170+200,ລົງລົດຢູ່ຂົວຂ້າມນໍ້າຂອງບ້ານລາດຫານ(Dk143+640),ໂດຍໄລຍະຫ່າງທັງໝົດແມ່ນ 26.56ກິໂລແມັດ.

     ມາຮອດປັດຈຸບັນນີ້ການກໍ່ສ້າງສະຖານີລົດໄຟຫຼວງພະບາງແມ່ນມີຄວາມຄືບໜ້າແລ້ວ65% ເຊິ່ງກໍາລັງດໍາເນີນການມຸງຫຼັງຄາ, ກໍ່ໂຄງສ້າງຂັ້ນສອງ ແລະ ກໍ່ຝາມ່ານ ຄາດວ່າຈະໃຫ້ສໍາເລັດ ກ່ອນເປີດທາງລົດໄຟ ລາວ-ຈີນ  ໃນທ້າຍປີ 2021 ນີ້.

  ຂ່າວ: ສີສຸວັນ     

Comments