ທາບທາມເລືອກຮອງ ອໍານວຍການໂຮງຫມໍແຂວງ


 

     ກອງປະຊຸມທາບທາມເລືອກຮອງອໍານວຍການໂຮງຫມໍ ແຂວງຫລວງພະບາງ ໄດ້ຈັດຂຶ້ນລະຫວ່າງວັນທີ 27-28 ມິຖຸນາ 2021 ຢູ່ສະໂມສອນວິທະຍາໄລວິທະຍາສາດສຸຂະພາບ ໂດຍການເປັນປະທານຂອງ ທ່ານ ປອ ຄໍາຄ່ອງ ພົມມະປັນຍາ ກຳມະການປະຈໍາພັກແຂວງ ຫົວຫນ້າຄະນະຈັດຕັ້ງ ແຂວງຫລວງພະບາງ, ມີ ທ່ານ ດຣ ນາງ ສຸລິພອນ ສຸດາຈັນ ຫົວໜ້າພະແນກກໍ່ສ້າງພະນັກງານ ກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກ ແຂວງຫລວງພະບາງ, ມີບັນດາຫົວຫນ້າຫ້ອງການ, ຮອງຫົວໜ້າຫ້ອງການສາທາລະນະສຸກ 11 ເມືງ 1 ນະຄອນເຂົ້າຮ່ວມ 200 ກ່ວາທ່ານ.

     ຈຸດປະສົງກອງປະຊຸມໃນຄັ້ງນີ້ແມ່ນກໍານົດຕໍາແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ຂອງໂຮງຫມໍແຂວງ, ພະແນກສາທາລະນະສຸກ ແຂວງຫລວງພະບາງ ໂດຍອີງຕາມ ດໍາລັດ 203 ຂອງລັດຖະບານ ລົງວັນທີ 4 ກໍລະກົດ ປີ 2017 ວ່າດ້ວຍ ຕໍາແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ສະບັບ ເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ສໍາລັບການປະຕິບັດວຽກງານທາບທາມເລືອກເອົາຮອງອໍານວຍການໂຮງຫມໍແຂວງຫລວງພະບາງ ແມ່ນຈະໄດ້ປະຕິບັດເປັນ 2 ຂັ້ນຕອນຄື: ພະນັກງານ-ລັດຖະກອນທຸກຄົນຈະໄດ້ໃຊ້ສິດເລືອກເອົາຄະນະນໍາຜູ້ທີ່ຕົນເອງເຫັນວ່າສົມຄວນ, ເປັນຂັ້ນຕອນທາບທາມແບບຂັດຈ້ອນ ໂດຍເອົາແຕ່ສະມາຊິກພັກທຸກສະຫາຍຈະໄດ້ໃຊ້ສິດປ່ອນບັດຄັດເລືອກເອົາຄະນະນໍາຂອງຕົນເອງ ເພື່ອເຮັດໃຫ້ໄດ້ຄະນະນໍາຂອງໂຮງໝໍແຂວງ ຄົບຖ້ວມເຂົ້າໃນການເຮັດວຽກ ແລະພັດທະນາໂຮງຫມໍແຂວງຫລວງພະບາງ ໃຫ້ມີປະສິດທິພາບຂຶ້ນກວ່າເກົ່າ.

ຂ່າວ: ຈໍາປາ


Comments