ເຈົ້າແຂວງຫຼວງພະບາງ ຊີ້ນໍາ 11 ຂໍ້ ໃຫ້ຄະນະສະເພາະກິດຂັ້ນແຂວງ ແລະນະຄອນ ເພື່ອກຳນົດມາດຕະການຜ່ອນຜັນ

 


    ໃນກອງປະຊຸມ ປະເມີນການຈັດຕັ້ງປະຕິບັດມາດຕະການ ຄວບຄຸມປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຮອບທີ ຢູ່ນະຄອນຫຼວງພະບາງ ແລະພາຍໃນແຂວງ ທີໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2021 ທີ່ຫໍປະຊຸມ ນະຄອນ ຫຼວງພະບາງ ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ມີຄຳເຫັນຊີ້ນຳ ຄະນະສະເພາະກິດຂັ້ນແຂວງ ແລະນະຄອນຫຼວງພະບາງ ເພື່ອກຳນົດມາດຕະການສືບຕໍ່ ແລະຜ່ອນຜັນ 11 ຂໍ້ຄື:




1.     ສືບຕໍ່ໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ໃຫ້ປະຊາຊົນມີສ່ວນຮ່ວມ, ການປະຕິບັດມາດຕະການຕ່າງໆ ລວມເຖິງການດຳລົງຊີວິດແບບໃໝ່ new normal

2.    ເພີ່ມທະວີການຕິດຕາມກວດກາຄອບຄົວຕິດເຊື້ອໃຫ້ເຂັ້ມງວດ, ຄອບຄົວອ້ອມຂ້າງແມ່ນບໍ່ໃຫ້ເຄື່ອນຍ້າຍໄປພົວພັນສັງຄົມ, ການຈັດຕັ້ງບ້ານ-ເມືອງ-ນະຄອນ ຕ້ອງຊ່ວຍເບີ່ງແຍງເລື່ອງອາຫານການກິນ.

3.    ໃຫ້ການຈັດຕັ້ງບ້ານ, ພະນັກງານປະຈຳບ້ານ ຂຶ້ນບັນຊີລະອຽດຄອບຄົວລັອກດາວ ໃນຂອບເຂດລັດສະໝີ, ໃຫ້ການຈັດຕັ້ງຈັດກັນເວນຍາມ ສຳລັບຄອບຄົວແດງ.

4.    ຜູ້ທີ່ມີຄວາມສ່ຽງຈະອອກໄປວຽກຈຳເປັນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊິນຄົບຖ້ວນ.

5.    ເພີ່ມທະວີມາດຕະການໃຫ້ການຈັດຕັ້ງບ້ານ, ອາສາສະໝັກບ້ານ, ຕ້ອງມີການໂຄສະນາປະຊາສຳພັນແຕ່ລະມື້, ບຸກຄົນໃດມີອາການບໍ່ສະບາຍ ໃຫ້ລາຍງານຕໍ່ການຈັດຕັ້ງບ້ານ ເພື່ອພາໄປກວດຫາເຊື້ອ.

6.    ສຳລັບຕະຫຼາດ ແລະສະຖານທີ່ບໍລິການຕ່າງໆ ຖ້າຈະອະນຸຍາດໃຫ້ເປີດ ຕ້ອງເຂັ້ມງວດ ແລະກຳນົດຊື່ຮ້ານທີ່ຈະອະນຸຍາດ, ໂດຍມອບໃຫ້ອຸດສາຫະກຳ ແລະການຄ້າ ເປັນເຈົ້າການຢ່າງໃກ້ຊິດ, ຜູ້ໄປນັ່ງຕະຫຼາດຕ້ອງໄດ້ຮັບການສັກວັກຊິນຄົບ ແລະຜູ້ໄປຊື້ເຄື່ອງກໍຕ້ອງສັກວັກຊິນຄົບເຊັ່ນກັນ.

7.    ຫ້າມບ້ານອື່ນ, ແຂວງອື່ນເດີນທາງເຂົ້າມາ ຖ້າບໍ່ໄດ້ສັກວັກຊິນຄົບ.

8.    ສືບຕໍ່ສັກວັກຊິນໃຫ້ກວມອັດຕາສູງໂດຍໄວ, ແຕ່ລະບ້ານ, ພະແນກການ ຕ້ອງຂຶ້ນບັນຊີລະອຽດ ໂດຍໃຊ້ມາດຕະການ.

9.    ເລັ່ງຄົ້ນຫາຜູ້ສຳພັດໃກ້ຊິດ C1-C2 ໃຫ້ໄດ້ໂດຍໄວ.

10.  ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ແລະອື່ນໆ ທີ່ເປັນຜູ້ສຳພັດ C1-C2 ແມ່ນບໍ່ໃຫ້ມາປະຈໍາການຢ່າງເດັດຂາດ.

11.   ເອົາໃຈໃສ່ກວດກາເປັນພິເສດ ການຈັດງານສົບ (ເຮືອນດີ) ແລະປະເພນີຕ່າງໆ ແມ່ນໃຫ້ເຂັ້ມງວດມາດຕະການ ປ້ອງກັນ ການຕິດເຊື້ອ.

 


Comments