ປະເມີນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວບຄຸມ ແກ້ໄຂການລະບາດ ຢູ່ນະຄອນຫຼວງພະບາງ ແລະພາຍໃນແຂວງ


ວັນທີ 29 ຕຸລາ 2021 ນີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດມາດຕະການ ຄວບຄຸມ, ປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຮອບທີ 3 ຢູ່ນະຄອນຫຼວງພະບາງ ແລະພາຍໃນແຂວງຂຶ້ນ ທີຫໍປະຊຸມນະຄອນ ຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະນະຄອນຫຼວງພະບາງ.

ພິທີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ລາຍງານສະພາບການລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງພະບາງ ໃນໄລຍະຜ່ານມາວ່າ: ຊຶ່ງໃນລະຫວ່າງວັນທີ 3-28 ຕຸລາ 2021 ໄດ້ເກີດລະບາດຂອງພະຍາດ COVID-19 ຢູ່ນະຄອນ-ຫຼວງພະບາງ ເປັນຮອບທີ 3 ເຊິ່ງມີຜູ້ຕິດເຊື້ອໃນຊຸມຊົນ ມາຮອດປັດຈຸບັນ ທັງໝົດ 1.433 ຄົນ, ສາເຫດການຕິດເຊື້ອ ແມ່ນມີບຸກຄົນທີ່ຕິດເຊື້ອເດີນທາງມາຈາກບັນດາເມືອງທາງພາກເໜືອ ແລະບັນດາເມືອງອ້ອມຂ້າງຈໍານວນໜຶ່ງ, ເພື່ອປ້ອງກັນບໍ່ໃຫ້ມີການລະບາດເພີ່ມຂຶ້ນ ອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ເພີ່ມທະວີຄວາມຮັບຜິດຊອບຊີ້ນໍາ ໂດຍໄດ້ອອກນິຕິກໍາ, ຄໍາສັ່ງຂອງທ່ານເຈົ້ານະຄອນ ໂດຍສະເພາະຫ້າມພົນລະເມືອງຂອງນະຄອນ ອອກໄປເຄື່ອນໄຫວໄປສູ່ເມືອງອື່ນທີ່ມີການລະບາດ, ໄດ້ຫັນເອົາພະນັກງານຫລັກແຫຼ່ງ ລົງຮັບຜິດຊອບປະຈໍາບ້ານ 115 ບ້ານ ເພື່ອນໍາເອົາບັນດານິຕິກໍາ, ຄໍາສັ່ງ, ແຈ້ງການຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກ ລົງເຜີຍແຜ່ເຊື່ອມຊຶມ ໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະເປັນເຈົ້າການປະຕິບັດຢ່າງເຂັ້ມງວດ, ປະຈຸບັນ ໄດ້ກຳນົດບ້ານແດງທັງໝົດ 52 ບ້ານ, ວັດ 2 ແຫ່ງ ແລະຄ້າຍຄຸມຂັ່ງ 1 ແຫ່ງ. ຜ່ານການປະເມີນຄືນບ້ານແດງ ເຫັນວ່າ ບາງບ້ານບໍ່ມີການລະບາດເພີ່ມຂື້ນ ຈື່ງໄດ້ປົດລ໋ອກອອກຈາກບ້ານແດງ 11 ບ້ານ ຄື: ບ້ານໜອງຊາຍ, ບ້ານສັງຄະໂລກ, ບ້ານໝື່ນນາ, ບ້ານນູນສະຫວາດ, ບ້ານຜາໂຄມ, ບ້ານສິງ, ບ້ານໜອງແຫ້ວ, ບ້ານຊຽງເຫຼັກ, ບ້ານວຽງໃໝ່, ບ້ານດອນເກົ່າ ແລະບ້ານວຽງໄຊ. ພ້ອມນີ້ ທ່ານໄດ້ນຳສະເໜີຮ່າງມາດຕະການ ທີ່ຈະສືບຕໍ່ປະຕິບັດໃນໄລຍະ 15 ວັນຕໍ່ໜ້າ, ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ເພື່ອວາງແຜນການ ແລະປະຕິບັດມາດຕະການ ໃຫ້ເຂັ້ມງວດ ແນໃສ່ຄວບຄຸມການລະບາດໃຫ້ຢູ່ໃນວົງຈຳກັດ ແລະແກ້ໄຂໄດ້.

ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ແລະອົງການປົກຄອງນະຄອນ ຫຼວງພະບາງ ໃຫ້ສືບຕໍ່ຄົ້ນຄວ້າກ່ຽວກັບການຜ່ອນຜັນມາດຕະການ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແຕ່ຕ້ອງເຂັ້ມງວດການປະຕິບັດມາດຕະການບາງດ້ານ ແນໃສ່ບໍ່ໃຫ້ເກີດການຕິດເຊື້ອ ເປັນກໍລະນີໃໝ່ ແລະຈຳກັດບໍ່ໃຫ້ມີການລະບາດຂະຫຍາຍເປັນວົງກວ້າງ.
ຕອນທ້າຍກອງປະຊຸມ ໄດ້ມີການມອບໃບຍ້ອງຍໍ ຈາກຄະນະສະເພາະກິດຂັ້ນແຂວງ ໃຫ້ທີມແພດຊ່ຽວຊານ ຈາກກະຊວງສາທາລະນະສຸກ ທີ່ໄດ້ເຄື່ອນໄຫວຊ່ວຍຊຸກຍູ້ວຽກງານ ປ້ອງກັນ ຄວບຄຸມ ແລະສະກັດກັ້ນ ການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຫຼວງພະບາງ ຕື່ມອີກ.


ຂ່າວ: ອາພຸດເດດ
ພາບ: ຈໍາປາ

Comments