ເຈົ້ານະຄອນ ຫຼວງພະບາງ ຜ່ານຮ່າງແຈ້ງການ ສືບຕໍ່ການປະຕິບັດມາດຕະການຜ່ອນຜັນ, ມາດຕະການຄວບຄຸມ ແລະສະກັດກັ້ນການລະບາດ COVID-19 ອີກ14ວັນ



ໃນກອງປະຊຸມຕີລາຄາການຈັດຕັ້ງປະຕິບັດມາດຕະການ ຄວບຄຸມ, ປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດ COVID-19 ຮອບທີ 3 ຢູ່ນະຄອນຫຼວງພະບາງ ແລະພາຍໃນແຂວງ ທີ່ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2021 ນີ້ ໂດຍການເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ແລະນະຄອນຫຼວງພະບາງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຜ່ານຮ່າງມາດຕະການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການຄວບຄຸມ ແລະສະກັດກັ້ນການສະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງພະບາງ, ໃນໄລຍະແຕ່ວັນທີ 31 ຕຸລາ-14 ພະຈິກ 2021 ໄດ້ມີມາດຕະການສືບຕໍ່ປະຕິບັດຢ່າງເຂັ້ມງວດ ຄື: ສືບຕໍ່ສັກວັກຊິນຜູ້ທີ່ບໍ່ໄດ້ສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ໃຫ້ມາສັກຕາມຈໍານວນ, ສືບຕໍ່ການຕັ້ງຈຸດກວດກວດຄົນເຂົ້າ-ອອກພາຍໃນນະຄອນ-ຫລວງພະບາງ 4 ຈຸດຄື: ຈຸດບ້ານພອນໄຊ, ຈຸດບ້ານກົກງິ້ວ, ທ່າເຮືອຫລວງ, ສັງຄະໂລກ (ຫລັກ4), ສືບຕໍ່ປິດບ້ານເຂດແດງຫ້າມຄົນເດີນທາງເຂົ້າ-ອອກ ຈາກຮ່ອມບ້ານຢ່າງເດັດຂາດ, ພ້ອມທັງຕັ້ງຈຸດ-ກວດກາຄົນເຂົ້າ-ອອກ ປະຈໍາ 24 ຊົ່ວໂມງ, ສືບຕໍ່ເຂັ້ມງວດໃນການກວດກາ ແລະຄຸ້ມຄອງແຮງງານທີລັກລອບເຂົ້າມາຈາກຕ່າງແຂວງ, ຕ່າງປະເທດ ແລະບຸກຄົນທີ່ມາຈາກຄວາມສ່ຽງ, ສືບຕໍ່ປິດສະຖານທີ່ບັນເທິງ, ຮ້ານຄາຣາໂອເກະ, ຕະຫລາດກາງຄືນ, ສວນອາຫານແຄມນໍ້າ, ສວນອາຫານທົ່ງນາ, ຮ້ານກິນດື່ມເຫລົ້າ-ເບຍ, ຮ້ານນວດສະປາ, ຮ້ານອິນເຕີເນັດ ແລະຮ້ານເຕີມເກມທຸກປະເພດ, ສືບຕໍ່ເຂັ້ມງວດໃນການຈັດງານຊາປະນະກິດສົບ-ສົ່ງສະການ ແລະກິນທານເຮືອນດີ, ໃຫ້ແຕ່ລະບ້ານ, ຜູ້ປະກອບການໂຮງແຮມ, ຣິສອດ, ເຮືອນພັກສືບຕໍ່ກວດຄົນທີ່ມາພັກເຊົາ, ກວດກາໃບສັກວັກຊິນ 2 ເຂັມຢ່າງເຂັ້ມງວດ, ສືບຕໍ່ການປິດສັນຈອນຂອງພະຫະນະ ແລະການເຄື່ອນໄຫວຕາມເສັ້ນທາງຢູ່ນະຄອນຫລວງພະບາງ ຕັ້ງແຕ່ເວລາ 22:00 ໂມງ- 4:00 ໂມງເຊົ້າ, ສໍາລັບມາດຕະການຜ່ອນຜັນ ແລະອຸນຸຍາດ ປະກອບມີຄື: ຍົກເລີກການຕັ້ງຈຸດກວດກາຄົນເຂົ້າ-ອອກ ແລະຮົ້ວກັ້ນຢູ່ຕາມເສັ້ນທາງສາຍຫລັກພາຍໃນນະຄອນ-ຫຼວງພະບາງ (ຍົກເວັ້ນ 4 ຈຸດທາງເຂົ້າອອກເມືອງທີ່ທາງຄະນະສະເພາະກິດຂັ້ນນະຄອນໄດ້ກໍານົດ, ອານຸຍາດໃຫ້ພາກສ່ວນທີ່ຈະເດີນທາງອອກໄປຕ່າງເມືອງ, ຕ່າງແຂວງ ຫຼື ເຂົ້າມາພາຍໃນນະຄອນ ຫຼວງພະບາງ ຖ້າຫາກໄດ້ຮັບການສັກຢາວັກຊິນຄົບ 02 ເຂັມ ບໍ່ຈໍາເປັນຕ້ອງເອົາໜັງສືຂອງຄະນະສະເພາະກິດ ແມ່ນໃຫ້ເດີນທາງໄດ້ໂດຍໃຫ້ຖືບັດສັກຢາໄປນໍາພ້ອມ ແຕ່ຕ້ອງມີບັດປະຈໍາຕົວ ຫຼື ສຳມະໂນຄົວ ຢັ້ງຢືນຕົວຕົນ ເພື່ອຫຼີກລ້ຽງບໍ່ໃຫ້ນຳໃຊ້ບັດປອມ, ພ້ອມທັງປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ອະນຸຍາດໃຫ້ບັນດາສໍານັກງານ-ອົງການ ເຂົ້າປະຈໍາການປົກກະຕິ (ຍົກເວັ້ນຫ້ອງການທີ່ມີຜູ້ຕິດເຊື້ອແມ່ນໃຫ້ລາຍງານຕົວເພື່ອກວດຫາເຊື້ອ) ອະນຸຍາດໃຫ້ເປີດຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ມິນິມາກ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຮ້ານກາເຝ ທີ່ຢູ່ນອກເຂດແດງ ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໃຫ້ປິດບໍລິການເວລາ 21:00 ໂມງ, ອະນຸຍາດໃຫ້ເປີດຮ້ານຊີ້ນດາດ-ຊີ້ນຈຸ່ມ ແລະ ອາຫານຕ່າງໆ (ຫ້າມບໍ່ໃຫ້ຂາຍສິ່ງມຶນເມົາ ແລະ ການຈັດໂຕະ-ຕັ້ງຕ້ອງເວັ້ນໄລຍະຫ່າງຢ່າງນ້ອຍ 1 ແມັດ, ອານຸຍາດໃຫ້ເປີດຮ້ານຕັດຜົມ, ຮ້ານເສີມສວຍ ຢູ່ນອກເຂດແດງທີ່ມີຄວາມສ່ຽງ ໂດຍໃຫ້ບໍລິການແຕ່ສະເພາະຊົງຜົມເທົ່ານັ້ນ, ສ່ວນບໍລິການອື່ນແມ່ນຫ້າມເດັດຂາດ, ສໍາລັບເຈົ້າຂອງຮ້ານ ແລະ ຊ່າງຕັດຜົມ ຕ້ອງໄດ້ຮັບວັກຊີນຄົບຕາມຈໍານວນ, (ຕ້ອງປີດບໍລິການເວລາ 18:00 ໂມງ), ອະນຸຍາດໃຫ້ເປີດບໍລິການສົ່ງອາຫານເຖິງທີ່ ແຕ່ພະນັກງານສົ່ງອາຫານຕ້ອງມີມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ ເຊັ່ນ: ສັກວັກຊີນຄົບຕາມຈຳນວນ, ໃສ່ຖົງມື, ໃສ່ຜ້າປິດປາກ-ດັ່ງ, ໃສ່ສະເປຂ້າເຊື້ອກ່ອນ ແລະ ຫຼັງສົ່ງອາຫານຕະຫຼອດເວລາ ແລະ ຮັກສາໄລຍະຫ່າງຢ່າງນ້ອຍ 1 ແມັດ. (ຫ້າມໄປສົ່ງອາຫານຢູ່ສູນກັກກັນ ແລະ ບ້ານເຂດແດງຢ່າງເດັດຂາດ), ອະນຸຍາດໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ນອກເຂດແດງອອກໄປເກັບກູ້ ຫຼື ທໍາການຜະລິດຢູ່ໄຮ່, ນາ, ຮົ້ວ-ສວນ (ແຕ່ໃຫ້ເຕົ້າໂຮມແຮງງານບໍ່ກາຍ 10 ຄົນ).
ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ເພື່ອວາງແຜນການ ແລະປະຕິບັດມາດຕະການ ໃຫ້ເຂັ້ມງວດ ແນໃສ່ຄວບຄຸມການລະບາດໃຫ້ຢູ່ໃນວົງຈຳກັດ ແລະແກ້ໄຂໄດ້.
ຕອນທ້າຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ແລະອົງການປົກຄອງນະຄອນ ຫຼວງພະບາງ ໃຫ້ສືບຕໍ່ຄົ້ນຄວ້າກ່ຽວກັບການຜ່ອນຜັນມາດຕະການ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແຕ່ຕ້ອງເຂັ້ມງວດການປະຕິບັດມາດຕະການບາງດ້ານ ແນໃສ່ບໍ່ໃຫ້ເກີດການຕິດເຊື້ອ ເປັນກໍລະນີໃໝ່ ແລະຈຳກັດບໍ່ໃຫ້ມີການລະບາດຂະຫຍາຍເປັນວົງກວ້າງ.
ຂ່າວ: ຈໍາປາ

Comments