ເຜີຍແຜ່ຂໍ້ມູນການປ້ອງກັນ ພະຍາດໂຄວິດ-19 ແລະການທ່ອງທ່ຽວວິຖີຊີວິດແບບໃໝ່ ໃຫ້ຜູ້ບໍລິການທ່ອງທ່ຽວ ຢູ່ບ້ານທ່າແປ້ນ

    ໃນວັນທີ 16 ພະຈິກ 2021 ນີ້ ທາງຂະແຫນງພັດທະນາການທ່ອງທ່ຽວ, ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ໃນນາມຜູ້ຮັບຜິດຊອບວຽກງານການພັດທະນາ ແລະການຈັດຝຶກອົບຮົມການທ່ອງທ່ຽວ ໄດ້ສົມທົບກັບພະແນກ ສາທາລະນະສຸກແຂວງ ໄດ້ຈັດຝຶກອົບຮົມ ເຜີຍແຜ່ຂໍ້ມູນການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19, ການທ່ອງທ່ຽວວິຖີຊີວິດແບບໃໝ່ ແລະການປູກຈິດສຳນຶກ ໃຫ້ນຳໃຊ້ວັດສະດຸທຳມະຊາດ ເພື່ອປົກປັກຮັກສາສິ່ງແວດລ້ອມ (ການຫຸ້ມຫໍ່ຜະລິດຕະພັນ ແລະອາຫານ) ໃຫ້ແກ່ປະຊາຊົນ ແລະຜູ້ປະກອບການດ້ານການທ່ອງທ່ຽວ ເຂດອຸທິຍານນ້ຳຕົກຕາດກວາງຊີ ບ້ານທ່າແປ້ນ ນະຄອນຫຼວງພະບາງ ໂດຍການ ເຂົ້າຮ່ວມຂອງ ທ່ານ ໜຸ້ຍ ວົງມະນີຈັນ ຫົວໜ້າຂະແໜງພັດທະນາການທ່ອງທ່ຽວ ພະແນກ ຖວທ, ມີຜູ້ຕາງໜ້າຈາກພະແນກສາທາລະນະສຸກແຂວງ, ນາຍບ້ານທ່າແປ້ນ ແລະປະຊາຊົນຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ ບ້ານທ່າແປ້ນ ເຂົ້າຮ່ວມ.

ໃນການການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ຈາກ ທ່ານ ດຣ ຊົມເຊີຍ ໄຊຍະວົງ ຕາງໜ້າຈາກພະແນກສາທາລະນະສຸກແຂວງ; ໄດ້ຮຽນຮູ້ການບໍລິການທ່ອງທ່ຽວ ໃນວິຖີຊີວິດແບບໃໝ່, ການຮັກສາ ແລະປ້ອງກັນພະຍາດໂຄວິດ 19 ເຊັ່ນ: ການຮັກສາໄລຍະຫ່າງ, ການໃສ່ຜ້າອັດປາກ-ດັງ, ການກະກຽມຄວາມພ້ອມໃນການເປີດກິດຈະການການທ່ອງທ່ຽວ ພາຍຫລັງທີ່ມີບັນດາມາດຕະການການຜ່ອນຜັນ ແລະການໃຊ້ວັດສະດຸທຳມະຊາດເພື່ອປົກປັກຮັກສາສິ່ງແວດລ້ອມ (ການຫຸ້ມຫໍ່ຜະລິດຕະພັນ ແລະອາຫານ) ພ້ອມທັງຕິດຕາມ ແລະສັງເກດການສາທິດນຳໃຊ້ໃບຕອງ ເພື່ອໝູນໃຊ້ເຂົ້າໃນການຫຸ້ມຫໍ່ອາຫານ ແລະອື່ນໆ. ທັງນີ້ ກໍເພື່ອປະຕິບັດຕາມແຜນກິດຈະກຳປັບປຸງມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ (ASTA) ທີ່ຈະສະເໜີຂໍຮັບສະໝັກຮັບລາງວັນ ໃນປີ 2022 ທີ່ຈະມາເຖິງນີ້ ເພື່ອປັບປຸງມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ (ASTA) ແລະເປັນການກຽມຄວາມພ້ອມໃນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ.

ໂອກາດນີ້ ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ກໍໄດ້ນຳເອົາເສື້ອຢືດ, ຜ້າອັດປາກ-ດັງ ແລະໂປສເຕີແນະນຳການປະຕິບັດການປ້ອງກັນພະຍາດໂຄວິດ-19 ຈຳນວນໜຶ່ງ ມອບໃຫ້ທາງຄະນະບ້ານທ່າແປ້ນ ແລະຄະນະຮັບຜິດຊອບແຫຼ່ງທ່ອງທ່ຽວຕາດກວາງຊີ ເພື່ອນຳໄປແຈກຢາຍໃຫ້ຜູ້ປະກອບການທຸລະກິດການທ່ອງທ່ຽວ ເອົາໄປຕິດໃສ່ຕາມຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກຕ່າງໆຕື່ມອີກ.

ການຈັດຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮັບສະໜັບສະໜູນ ຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ທະນາຄານພັດທະນາອາຊີ.

Comments