ຜູ້ຮັບຜິດຊອບວຽກງານການທ່ອງທ່ຽວ ແຂວງຫຼວງພະບາງ ເຂົ້າຮ່ວມກອງປະຊຸມທາງໄກ ຜ່ານຮ່າງມາດຕະຖານ, ໂລ້ໂກ້, ປ້າຍລາງວັນ ແລະໃບຢັ້ງຢືນມາດຕະຖານເຮືອນພັກແຮມປະຊາຊົນ ແລະການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງ ສປປລາວ

 


ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຂະແໜງການທີ່ຮັບຜິດຊອບວຽກງານການທ່ອງທ່ຽວພາຍໃນແຂວງຫຼວງພະບາງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ video conference ຜ່ານຮ່າງມາດຕະຖານ, ໂລ້ໂກ້, ປ້າຍລາງວັນ ແລະໃບຢັ້ງຢືນມາດຕະຖານເຮືອນພັກແຮມປະຊາຊົນ ແລະການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງ ສປປລາວ ທີ່ຈັດໂດຍໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2 ທີ່ຈັດຂຶ້ນໃນວັນທີ 1 ພະຈິກ 2021 ນີ້ ໂດຍການເຂົ້າຮ່ວມ ແລະກ່າວເປີດກອງປະຊຸມຂອງ ທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ, ມີຜູ້ຕາງໜ້າຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທີ່ຮັບຜິດຊອບວຽກເຮືອນພັກແຮມປະຊາຊົນ ແລະການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກ 10 ແຂວງ, 1 ນະຄອນ ຄື: ແຂວງຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.



ກອງປະຊຸມໄດ້ຮັບຟັງການສະເໜີຮ່າງໂລໂກ້, ປ້າຍລາງວັນ ແລະໃບຢັ້ງຢືນ ມາດຕະຖານເຮືອນພັກແຮມປະຊາຊົນຂອງ ສປປ ລາວ, ເປັນຕົ້ນແມ່ນຮູບແບບ, ນິຍາມ, ຫຼັກການຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຂອງ ສປປ ລາວ, ຈຸດປະສົງ, ຂອບເຂດ, ຄວາມໝາຍຂອງການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ, ມາດຕະຖານຂອງການທ່ອງທ່ຽວແບບປະຊາຊົນມີສວນຮ່ວມ, ຜ່ານແບບຟອມການປະເມີນມາດຕະຖານການທ່ອງ ທ່ຽວ ແບບປະຊາຊົນມີສ່ວນຮ່ວມ, ບັນດາ 9 ເງື່ອນໄຂທີ່ກຳນົດໃນມາດຕະຖານເຮືອນພັກແຮມປະຊາຊົນຂອງ ສປປລາວ ເຊັ່ນ: ເງື່ອນໄຂຂອງບ້ານ, ເງື່ອນໄຂຂອງເຈົ້າຂອງເຮືອນພັກແຮມປະຊາຊົນ, ເງື່ອນໄຂຂອງຕົວເຮືອນພັກແຮມປະຊາຊົນ, ເງື່ອນໄຂຂອງກິດຈະກຳ, ເງື່ອນໄຂດ້ານການບໍລິຫານຄຸ້ມຄອງ, ເງື່ອນໄຂດ້ານທີ່ຕັ້ງຂອງບ້ານ-ເຮືອນພັກແຮມປະຊາຊົນ, ເງື່ອນໄຂດ້ານສຸຂະນາໄມ-ຄວາມສະອາດ, ເງື່ອນໄຂດ້ານຄວາມປອດໄພ-ການຮັກສາຄວາມສະຫງົບ ແລະເງື່ອນໄຂດ້ານການຕະຫຼາດ-ການໂຄສະນາ ເຊິ່ງມີອາຍຸໃນການຖືຄອງໃບຢັ້ງຢືນເປັນເວລາ 2 ປີ, ໄດ້ຜ່ານແບບຟອມປະເມີນເຈົ້າຂອງເຮືອນ ປະກອບມີ 3 ເງື່ອນໄຂ ໄດ້ແກ່: ເງື່ອນໄຂຂອງເຈົ້າຂອງເຮືອນພັກແຮມປະຊາຊົນ, ເງື່ອນຂອງຕົວເຮືອນພັກແຮມປະຊາຊົນ ແລະເງື່ອນໄຂດ້ານສຸຂະນາໄມ ແລະຄວາມສະອາດ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງມາດຕະຖານ, ໂລໂກ້, ປ້າຍລາງວັນ ແລະ ໃບຢັ້ງຢືນມາດຕະຖານເຮືອນພັກແຮມປະຊາຊົນ ຂອງ ສປປ ລາວ ຢ່າງກົງໄປກົງມາ ແລະມີລັກສະນະສ້າງສັນ.

ທັງນີ້ກໍເພື່ອເປັນການສ້າງປະສົບການທີ່ດີໃຫ້ແກ່ນັກທ່ອງທ່ຽວ ໂດຍສະແດງໃຫ້ເຂົາເຈົ້າເຫັນວິຖີຊີວິດ, ຊັບພະ ຍາກອນ ທຳມະຊາດ ແລະວັດທະນະທຳ ທີ່ມີຄວາມປອດໄພ ແລະຄວາມສວຍສົດງົດງາມ, ການຈັດກິດຈະກຳເຮືອນພັກແຮມປະຊາຊົນ (Homestay) ຖືໄດ້ວ່າເປັນທາງເລືອກດ້ານການທ່ອງທ່ຽວອີກຮູບແບບໜຶ່ງທີ່ຈະເຮັດໃຫ້ນັກທ່ອງທ່ຽວ ມີໂອກາດເກັບກ່ຽວປະສົບການ ແລະສຳພັດວິຖີຊີວິດແບບທ້ອງຖິ່ນ ໂດຍການພັກເຊົາກັບຊຸມຊົນ ພ້ອມທັງສຳພັດກັບປະສົບການທາງດ້ານທຳມະຊາດ, ປະຫວັດສາດຂແງແຫຼ່ງທ່ອງທ່ຽວໃນບໍລິເວນໃກ້ຄຽງ, ກິດຈະກຳເຮືອນພັກແຮມປະຊາຊົນມີສ່ວນຮ່ວມ ແມ່ນກິດຈະກຳທີ່ເຈົ້າຂອງເຮືອນຖ່າຍທອດວັດທະນະທຳ ຮີດຄອງປະເພນີໃຫ້ແຂກທີ່ມາພັກເຊົາ ເປັນມິດຕໍ່ສິ່ງແວດລ້ອມ ແລະສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນ.

ຂ່າວ: ເກສອນ ແກ້ວລາ

Comments